ກອງປະຊຸມໃຫຍ່ ສະມາຊິກສະຫະພັນແມ່ຍິງ ຮາກຖານໂຮງຮຽນເຕັກນິກ-ວິຊາຊີບ ແບບປະສົມ ແຂວງສາລະວັນ ຄັ້ງທີ III
ໃນຕອນບ່າຍ ເວລາ 13:30 ນາທີ ຂອງວັນທີ 22 ຕຸລາ 2024 ທີ່ຫ້ອງປະຊຸມ ໂຮງແຮມຝຶກອົບຮົມວິຊາຊີບ ໄດ້ດໍາເນີນກອງປະຊຸມໃຫຍ່ ສະມາຊິກສະຫະພັນແມ່ຍິງ ຮາກຖານໂຮງຮຽນເຕັກນິກ-ວິຊາຊີບ ແບບປະສົມ ແຂວງສາລະວັນ ຄັ້ງທີ III ໂດຍໃຫ້ກຽດເປັນປະທານຂອງທ່ານ ນາງ ມະນີລາ ຈັນທະວົງສາ ຮອງປະທານ ສະຫະພັນແມ່ຍິງແຂວງສາລະວັນ ມີຜູ້ເຂົ້າຮ່ວມທັງໝົດ 39 ຄົນ, ຍິງ 32 ຄົນ. ໃນນັ້ນ ປະກອບມີສະຫະພັນແມ່ຍິງຮາກຖານ ຮຕ.ສວ, ຕາງໜ້າອົງການຈັດຕັ້ງມະຫາຊົນ ແລະ ແຂກທີ່ຖືກເຊີນຈາກ ສຍ ໄຟຟ້າເຊເສັດ 1-2, ສຍ ບ້ານຂົວເສັດ, ສຍ ບ້ານແສນວັງໃຫຍ່ ແລະ ສະຫະພັນແມ່ຍິງແຂວງ ເຂົ້າຮ່ວມ
ໃນກອງປະຊຸມ ໄດ້ຜ່ານບົດລາຍງານການເມືອງ, ບົດສໍາຫຼວດການນໍາພາລວມ ແລະ ທິດທາງແຜນການໃນຕໍ່ໜ້າ ຂອງສະຫະພັນຍິງຮາກຖານໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງສາລະວັນ ຈາກນັ້ນໄດ້ດໍາເນີການບ່ອນບັດເລືອກຕັ້ງເອົາປະທານພ້ອມຄະນະຊຸດໃໝ່
ຜົນການເລືອກຕັ້ງຄະນະຊຸດໃໝ່ຄັ້ງນີ້ ເລືອກໄດ້
I. ຄະນະສະຫະພັນແມ່ຍິງ ຮາກຖານ ຮຕ.ສວ
1, ທ່ານ ນາງ ໄມ ວັນນະພາຝົນ ເປັນປະທານ
2, ທ່ານ ນາງ ແສງຄໍາ ສີບຸນເຮືອງ ເປັນຮອງປະທານ
3, ທ່ານ ນາງ ດົມວິໄລ ນາມມະບົວລີ ເປັນຄະນະ
II. ປະທານ ແລະ ຮອງປະທານກວດກາ ສະຫະພັນແມ່ຍິງ ຮາກຖານ ຮຕ.ສວ
1, ທ່ານ ນາງ ແສງຄໍາ ສີບຸນເຮືອງ ເປັນປະທານກວດກາ
2, ທ່ານ ນາງ ເພັດສະໃໝ ວົງພະຈັນ ເປັນຮອງປະທານກວດກາ
III. ຜູ້ແທນສົມບູນ ແລະ ສໍາຮອງ
1, ທ່ານ ນາງ ໄມ ວັນນະພາຝົນ ເປັນຜູ້ແທນສົມບູນ
2, ທ່ານ ນາງ ແສງຄໍາ ສີບຸນເຮືອງ ເປັນຜູ້ແທນສົມບູນ
3, ທ່ານ ນາງ ດົມວິໄລ ນາມມະບົວລີ ເປັນຜູ້ແທນສໍາຮອງ
ໃນຕອນທ້າຍຂອງກອງປະຊຸມ ກໍ່ໄດ້ຮັບຟັງການມີຄໍາເຫັນ ໂອລົມ ຊົມເຊີຍໃນຜົນສໍາເລັດວຽກງານໃນໄລຍະຜ່ານມາ ແລະ ຊຸກຍູ້ບັນດາວຽກງານ ເປັນຕົ້ນແມ່ນຂະບວນບວນການທີ່ແຜນການໃນຕໍາໜ້າ ໃຫ້ໄດ້ຮັບໝາກຜົນ ຜົນງານດີຂື້ນໄປເລື້ອຍໆ
ມາຮອດ 17:40 ນາທີ ຂອງວັນດຽວ ກອງປະຊຸມກໍ່ໄດ້ຊີ້ນສຸດລົງຢ່າງເປັນທາງການ