ກໍ່ສ້າງ-ເຄຫາ

ຈັດພິທີເປີດຊຸດຝຶກອົບຮົມ ເພື່ອທົບທວນເຕັກນິກການຕັດຫຍິບເສື້ອຜ້າ ແລະ ການນຳໃຊ້ອຸປະກອນຕັດຫຍິບ

 

ນຕອນເຊົ້າຂອງວັນທີ 21 ກໍລະກົດ 2023 ທີຫ້ອງປະຊຸມ ໂຮງແຮມຝຶກອົບຮົມວິຊາຊີບ ຈັດພິທີເປີດຊຸດຝຶກອົບຮົມ ເພື່ອທົບທວນເຕັກນິກການຕັດຫຍິບເສື້ອຜ້າ ແລະ ການນຳໃຊ້ອຸປະກອນຕັດຫຍິບ ໃຫ້ໄວໜຸ່ມກຸ່ມເປົ້າໝາຍ ຂອງໂຄງການ ຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດທີ່ແຂວງ ສາລະວັນ

ພາຍໃຕ້ ແຜນການຮ່ວມມື ລະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ໂຄງການຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ, ອົງການ ອົງການ ວິນລ໋ອກ ສາກົນ, ໂດຍຜ່ານ ຜະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ ສາລະວັນ ແລະ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ ຈຳປາສັກ ແລະ ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງສາລະວັນ.

ໃຫ້ກຽດເປັນປະທານຂອງທ່ານ ສຸດດາໄລ ອິນດາວົງ ຮອງຫົວໜ້າພະແນກ ແຮງງານ ແລະ ສະຫວັດດີການສັງຄົມແຂວງສາລະວັນ, ມີຜູ້ເຂົ້າຮ່ວມຈາກຂະແໜງສັງຄົມສົງເຄາະພະແນກ ແຮງງານ ແລະ ສະຫວັດດີການສັງຄົມແຂວງຈຳປາສັກ, ວິຊາການຈາກພະແນກ ຮສສ ແຂວງສາລະວັນ, ຫ້ອງການ ຮສສ ເມືອງເລົ່າງາມ, ຜູ້ອຳນວຍການ ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງສາລະວັນ, ພະແນກການຕ່າງໆ ແລະ ຄູສອນຕັດຫິຍຂອງ ຮຕສວ
ມີກຸ່ມເປົ້າໝາຍເຂົ້າຮ່ວມທັງໝົດ 14 ຄົນ, ຍິງ 14 ຄົນເຊິ່ງມາຈາກແຂວງຈຳປາສັກ 5 ຄົນ ແລະ ຢູ່ພາຍໃນແຂວງສາລະວັນ 9 ຄົນ

ສະໜັບສະໜູນໂດຍ: ອົງການພັດທະນາສາກົນ ປະເທດສະຫະລັດອາເມລິກາ (USAID)

Post a Comment

Previous Post Next Post