ກໍ່ສ້າງ-ເຄຫາ

ກອງປະຊຸມທາບທາມໂຄງປະກອບ ຂອງໜ່ວຍພັກໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງສາລະວັນ


ກອງປະຊຸມທາບທາມໂຄງປະກອບ ຂອງໜ່ວຍພັກໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງສາລະວັນ
ໃນຕອນເຊົ້າຂອງວັນທີ 14 ຕຸລາ 2024 ທີ່ຫ້ອງປະຊຸມໂຮງຮຽນເຕັກນິກ-ສິຊາຊີບແຍຍປະສົມ ແຂວງສາລະວັນ ໂດຍໃຫ້ກຽດການເປັນປະທານຂອງທ່ານຄໍໍາເຟືອງ ອິນທິສອນ ຄະນະພັກຮາກຖານ ຄະນະພະແນກສຶກສາທິການ ແລະ ກິລາແຂວງ
ກອງປະຊຸມມີຜູ້ເຂົ້າຮ່ວມທັງໝົດ 19 ສະຫາຍ, ຍິງ 1 ສະຫາຍ. ສະຫາຍສະມາຊິກພັກໜ່ວຍເຂົ້າຮ່ວມ 16 ສະຫາຍ, ຍິ 1 ສະຫາຍ. ແຂກເຂົ້າຮ່ວມ 3 ສະຫາຍ
ກອງປະຊຸມໄດ້ດໍາເນີນການທາບທາມບຸກຄະລາກອນ ເຂົ້າໃສ່ໂຄງປະກອບ ໃນບັ້ນດໍາເນີນກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍພັກໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງສາລະວັນ ໂດຍຕິດພັນກັບການຕິດຕາມ ຊຸກຍູ້ ວຽກງານກະກຽມດ້ານຂະບວນການ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2024 ທີ່ຈະຮອດວາລະ ໃນໝໍ່ໆນີ້

Post a Comment

Previous Post Next Post